No video

เทศน์ทิพมนต์ภาษาลาว ເທດທິພພະມົນ ຄູບາມະຫາຄຳມະນີ LAO DHAMMA ONLINE

ນະໂມ ຕັດສັດຖູ ຣະຕະນັດຕະຍັດສະ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ທັນຍະທາຣາ ທະນັນຊະຍັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນະຄິຣິສັງກາໂສ ຊະຕິລັດສະ ຄະເຣ ອຸປັດຊະຕິ ມາຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸບັດທະໂວ ຍະຖາ ກະຫາປະນານິ ມັນທາຕຸຣາຊິໂນ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັບພະທະນານິ ປຸນນະກັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັດຕະຣະຕະນະວັດສານິ ເວດສັນຕະຣັດສະ ຄະເຣ ປະວັດສັນຕູຕິ.
ໂພ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ໂກຈິບັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ມາ ຂະໂຍ ມາ ວະໂຍ ກໍຢ່າໄດ້ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ທັນຍະທາຣາ ອັນວ່າຖ່ອງແຖວເຂົ້າເປຶອກທັງຫຼາຍກໍຕົກລົງມາ ຄະເຣ ໃນເຮຶອນແຫ່ງທະນັນໄຊຍະເສດຖີແລ ມີດ້ວຍປະການສັນໃດ ອັນວ່າຖ່ອງແຖວເຂົ້າປຶອກທັງຫຼາຍ ກໍຈົ່ງໃຫ້ຕົກລົງມາ ຄະເຣ ໃນຢ້າວເຮຶອນແຫ່ງທ່ານ ກໍມີດ້ວຍປະການສັນນັ້ນເຖີນ ກ່າວຄືວ່າ ຄວາມສ້ຽງໄປເໝິດໄປແຫ່ງວັດຖຸເຂົ້າຂອງເຄຶ່ອງບໍຣິໂພກກໍດີແລ ຄວາມກັງວົນອົນຕາຍອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງກອງແກ້ວ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ ການຈະນານິ ອັນວ່າເງິນແລຄໍາທັງຫຼາຍ ກໍຕົກລົງມາ ຄະເຣ ໃນເຮືອນແຫ່ງຈຸກຄະຕະເສດຖິ ແລມີອຸປະມາສັນໃດ ອັນວ່າເງິນແລຄໍາທັງຫລາຍ ກໍຈົ່ງຫລັ່ງໄຫລລົງມາ ຄະເຣໃນຢ້າວເຮືອນແຫ່ງທ່ານ ກໍມີອຸປະມາສັນນັ້ນເຖີ້ນ ໂກຈິ ອຸບັດທະໂວ ອັນວ່າອຸບັດທະວະເຫດຮ້າຍອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານທັງຫລາຍເຖີ້ນ ອັນໝຶ່ງ ໂກຈິ ປະຣິໂພໂຄ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍລິໂພກ ທີ່ໄດ້ເສຍສະຫລະວາງໄປໃຫ້ເປັນທານແລ້ວອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ່ງໄປແກ່ທ່ານເຖີ້ນ ການຈະນະຄິຣີສັງກາໂສ ອັນວ່າດອຍຄໍາອັນສູງໄດ້ແປດສອກ ກໍເກີດມີມາໃນກໍ້າຫລັງເຮືອມແຫ່ງຊະດິນເສດຖີ ແລມີດ້ວຍປະການສັນໃດ ອັນວ່າເງິນແລຄໍາອັນເປັນພູດອຍ ກໍຈົ່ງບັງເກິດມີແກ່ທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ອັນວ່າອຸປັດທະວະອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ເກິດມີແກ່ທ່ານເຖີ້ນ ອີກປະການໝຶ່ງ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍຣິໂພກ ອັນໄດ້ໃຫ້ທານໄປແລ້ວ ກ່າວຄືວ່າເງິນແລຄໍາ ແກ້ວແຫວນ ເສື້ອຜ້າອາພອນອັນໃດອັນໝຶ່ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດກໍຂ້າແລກະຫາປະນານິ ອັນວ່າກະຫາປະນະຄືວ່າເງິນຄໍາແກ້ວແຫວນທັງຫລເຍ ກໍຕົກລົງມາ ຄະເລ ໃນຢ້າວເຮືອນຫໍໂຮງແຫ່ງພຣະຍາມັນທາຕຸຣາດ ດ້ວຍປະການສັນໃດ ອັນວ່າເຂົ້າຂອງກອງແກ້ວແລະເງິນຄໍາທັງຫລາຍ ຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ສ່ວນອັນວ່າຄໍາກັງວົນອົນຕາຍ ເຍື່ອງໃດເຍື່ອງໝຶ່ງກໍດີກໍຢ່າບັງເກິດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍຣິໂພກ ອັນໃດອັນໝຶ່້ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາ ຄະເຣ ໃນເຮືອນແຫ່ງປຸນນະກະເສດຖີ ແລມີດ້ວຍປະການສັນໃດ ອັນວ່າຊັບສົມບັດເຂົ້າຂອງເຫລົ່ານັ້ນ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນຂອງທ່ານດ້ວຍປະການສັນນັ້ນເຖີ້ນ ກັບທັງຄວາມກັງວົນອົນຕາຍທັງຫລາຍເປັນຕົ້ນວ່າ ຄວາມບໍ່ສໍາບາຍເດືອດເນື້ອຮ້ອນໃຈ ເຈັບໄຂ ທຸກໂສກໄໝ້ໝອງໃຈ ແລະ ຮ້ອງໄຫ້ຕ່າງໆກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ຄືວ່າເງິນຄໍາແກ້ວແຫວນ ເສື້ອຜ້າອາພອນ ແລະ ເຂົ້ານໍ້າໂພຊະນະອາຫານກໍຢ່າໄດ້ສ້ຽງ ໄດ້ເໝິດໄປແກ່ທ່ານແລ ສັດຕະຣະຕະນະວັດສານິ ອັນວ່າຫ່າຝົນແກ້ວເຈັດປະການ ອັນຕົກລົງມາ ໃນຂ່ວງຄຸ້ມຜາສາດຣາຊວັງຫຼວງ ແຫ່ງພຣະຍາເວດສັນດອນ ປາງເມື່ອເປັນຣັດສີຕົນສິກໃໝ່ ສະເດັດຈາກປ່າໄມ້ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວເຈັດປະການຄື: ວ່າແກ້ວປັດທະມະຣາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮຶອງຮຸ່ງ ແກ້ວມະນີພຸ່ງຣັສມີ ແກ້ວພິທູນມີຄ່າມາກ ແກ້ວວະຊິຣະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເຊິນຄໍາໂສກເຫຼຶອຫຼາຍ ກໍຈົ່ງຕົກລົງມາຢາຍຢັ່ງຢາດເດັຍຣະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູລສັດທາອັນມີເຈົ້າເຮຶອນເປັນເຄົ້າ ກັບທັງຂໍຢ່າໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈສັງສັກເທຶ່ອກໍຂ້າເຖີ້ ເທສນາປະຣິໂຍສາເນ ໃນເມຶ່ອແລ້ວຣົສທັມມະເທສນາ ຂໍໃຫ້ເຈົ້າມູລສັດທາທັງຫຼາຍ ຈົ່ງໄດ້ດັ່ງຄໍາມັກ ຄໍາປາຖະນາສົມດັ່ງກ່າວມາແລ້ວ ແຕ່ຫົນຫຼັງນິດຖິຕັງ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລ.

Пікірлер: 76

  • @jonnykeomisy4623
    @jonnykeomisy46236 жыл бұрын

    สาธุ🙏🙏🙏🙏🙏คิดฮอดตอนเป็นเด็กแท้นอ...ฟังแล้วคิดฮอดนำ้ตาไหล....จิดใจร่มเย็น😊😊😊

  • @user-re5el8jr1r
    @user-re5el8jr1r4 жыл бұрын

    คิดถึงปู่ที่เคยสอนมนต์นี้ ใบลานใบนั้นไม่รุตกที่มือใคร ไม่ใช่ภาษาไทยรึภาษาลาวแต่เป็นตัวธรรมในตอนเรียน

  • @SantK_M7
    @SantK_M7 Жыл бұрын

    เสียงออกดังชัดเจนดีอาจารย์

  • @yanah3596
    @yanah35962 жыл бұрын

    สาธุค่ะขอร่วมอนุโมทนาบุญด้วยค่ะ

  • @user-fd6dv7yo2v
    @user-fd6dv7yo2v7 жыл бұрын

    กราบสาธุ สาธุ สาธุ ครับ

  • @nattaponphikhunthod8667
    @nattaponphikhunthod86674 жыл бұрын

    สาธุค่ะพระอาจารย์

  • @arayainhom8367
    @arayainhom83677 жыл бұрын

    สาธุๆๆ อนุโมทามิ

  • @kongfahusaunghan585
    @kongfahusaunghan5857 жыл бұрын

    เป็นภาษาธรรม..เคยเรียนกะปู่เป็นใบลาน.. ทุกตัวหนังสือคือยันต์ที่เขียน

  • @user-rr3qp2vm2y
    @user-rr3qp2vm2y6 жыл бұрын

    สาธุครับ

  • @user-mn1gd8op1t
    @user-mn1gd8op1t7 жыл бұрын

    สาธุ,🙏🙏🙏

  • @user-ev7pd8lm1t
    @user-ev7pd8lm1t9 жыл бұрын

    ສາທຸສາທຸາສາທຸ

  • @user-vc3xm9yl6b
    @user-vc3xm9yl6b6 жыл бұрын

    กราบสาธุสาธุสาธุเจ้าค่ะ

  • @souniphonepeowa3775
    @souniphonepeowa37754 жыл бұрын

    สาธุ สาธุ สาธุ จร้า

  • @komhinthoum1462
    @komhinthoum14626 жыл бұрын

    ອະນຸໂມທະນາສາທຸເດີ້

  • @RedmiRedmi-vr8mc
    @RedmiRedmi-vr8mc Жыл бұрын

    สาธุๆๆๆค่ะ

  • @bm526
    @bm5265 жыл бұрын

    ม่วนหลาย

  • @n-pee661
    @n-pee6619 жыл бұрын

    ม้วน

  • @user-cj4up2gn8c
    @user-cj4up2gn8c3 жыл бұрын

    สาธุ

  • @anakongmany3960
    @anakongmany39603 жыл бұрын

    🙏🙏🙏

  • @user-jq1km2jh3e
    @user-jq1km2jh3e Жыл бұрын

    ສູດໄຊຍະເເນ່

  • @user-em2os5fk8c
    @user-em2os5fk8c7 жыл бұрын

    อยากได้หนังสือจัง ครับ

  • @anakongmany3960
    @anakongmany39603 жыл бұрын

    ກລາບສາທຸ ມ່ວນຫຼາຍ ສຽງຈ່ມແຈ້ງ ບຸນຫຼາຍຈຫ່ງພໍ

  • @judmentdayster
    @judmentdayster6 жыл бұрын

    อยากได้เทศน์สารากะริวิซาสูตรครับ

  • @firstchoice5249
    @firstchoice52493 жыл бұрын

    อยากได้เนื้อบทสวดนี้จังครับ

  • @vinaihinthavong2162
    @vinaihinthavong21628 жыл бұрын

    ยากให้พระอาจาน เอาบดบันละยายทำมะลงให้ฟัง

  • @user-ex1mr2wk3h
    @user-ex1mr2wk3h8 жыл бұрын

    ເພຮາະຈິງ

  • @CMan-xr7nx
    @CMan-xr7nx4 жыл бұрын

    อยากได่คำอ่านมีมั้ยคับ

  • @anakongmany3960
    @anakongmany39603 жыл бұрын

    ພຣະອາຈານເທດມ່ວນຫຼາຍ ເສຍດາຍໄດ້ໄປນັ່ງຟັງ ແຖມສົມພານເດ້ ພຣະອາຈານ ຊື່ຫຍັງນໍ້ ພຣະອາຈານູ່ວັດໄດນໍ້ຂະນ້ອຍ 🙏🙏🙏

  • @n-pee661
    @n-pee6619 жыл бұрын

    คักหลาย

  • @touhello4070
    @touhello40703 жыл бұрын

    OK

  • @sonexay5722
    @sonexay57229 жыл бұрын

    เพราะมาก

  • @user-lf6zz7rz5d
    @user-lf6zz7rz5d6 ай бұрын

    ສາທຸຂໍໄຫ້ຂາ້ພະເຈົາ້ສົມຫວັງທຸກປະການເທີນ

  • @user-io8de2fe5e
    @user-io8de2fe5e3 жыл бұрын

    ขอเบอรติดต่อพระอาจารย์

  • @user-gh9ku7tw2t
    @user-gh9ku7tw2t5 жыл бұрын

    อยากได้เนื้อเป็นภาษามาสวด

  • @user-ed1bx1me3p
    @user-ed1bx1me3p8 жыл бұрын

    ในงานสวดมุงคุนบ้านเรือนเป็นพอรมุงคุน

  • @slibcniv4280
    @slibcniv42804 жыл бұрын

    น่าจะสวดในงานทั่วไปค่ะคิดว่าไม่ตา่งกับพระไทยเราสวดค่ะแค่ต่างภาษาเหมือนกับว่าท่านอวยพรให้ญาติโยมค่ะ

  • @user-wc4ls6fw1j
    @user-wc4ls6fw1j8 жыл бұрын

    สวดเนื่องในงานอะไครับ ผมเป็นคนไทยครับ

  • @happysomuch8669

    @happysomuch8669

    4 жыл бұрын

    สนธยา เสนสอน สวดในงานมงคลในบ้านเรือนครับ เชั่นการทำบุญสังคทานที่บ้าน บุญแจกเข้า

  • @hongthongvongkhaophet3159
    @hongthongvongkhaophet31597 жыл бұрын

    Sauth Sauth satuh

  • @user-ue4mc6bs8n
    @user-ue4mc6bs8n5 жыл бұрын

    ทิพมนเคยได้ยินชื่ออต่บ่อเคยได้ยินเทศ

  • @user-ri2jr9ks5v
    @user-ri2jr9ks5v3 жыл бұрын

    คำพรรณเศรษฐีนวโกฏิ

  • @user-nv3vs7ye6d
    @user-nv3vs7ye6d6 жыл бұрын

    เทด. สวดเนื่องในงานขื้นเรือนไห่ม

  • @happysomuch8669

    @happysomuch8669

    4 жыл бұрын

    ສະເຫຼີມໄຊ ທອງຄໍາ ໃຊ້ໄດ້ໃນຫລາຍພິທີຢູ່ ເຊັ່ນ ພິທີຕັກບາດສັງຄະທານ ,ງານແຈກເຂົ້າ

  • @chainuwatwat1040
    @chainuwatwat10407 жыл бұрын

    เทดทิบพะมน

  • @dhammavoice1193
    @dhammavoice11937 жыл бұрын

    เพราะมากครับ...มีเป็นบทหนังสือ..ผมขอหน่อยครับ

  • @SuperChaezy

    @SuperChaezy

    7 жыл бұрын

    อยากได้เหมือนกันค่ะ

  • @user-xo9jx7gt7h

    @user-xo9jx7gt7h

    7 жыл бұрын

    Sudarat Vorakit อยากได้​ด้วยคับ

  • @boopafilm1916

    @boopafilm1916

    6 жыл бұрын

    ໃດ້ລະບໍ ມີຢູ່ເດີ ໃນປື້ມ ຊິຖ່າຍຮູບລະສົ່ງໃຫ້ ເປັນທັມມະທານ.

  • @user-ey4wp2xc4g

    @user-ey4wp2xc4g

    6 жыл бұрын

    BOOPA FILM ຂອນຳແນຂະນ້ອຍ

  • @user-xm1rt8zu7q

    @user-xm1rt8zu7q

    6 жыл бұрын

    มีครับหนังสือเทสนา50กัน ครับ

  • @nanab1688
    @nanab16886 жыл бұрын

    ສາທຸສາທຸສາທຸ

  • @thammakonephenhgchanh4308
    @thammakonephenhgchanh43083 жыл бұрын

    ສາທຸ

  • @user-em2os5fk8c
    @user-em2os5fk8c7 жыл бұрын

    อยากได้หนังสือจัง ครับ

  • @soulintonsehalart3120
    @soulintonsehalart31205 жыл бұрын

    ຈັ່ງວະນີ້ພໍດີຟັງແບບລາວເດີມມວ່ນສຸດ

  • @happysomuch8669

    @happysomuch8669

    4 жыл бұрын

    Soulinton Sehalartຫລືເອີ້ນຢ່າງຫນຶ່ງວ່າທຳນອງຫລວງ

  • @user-wc4ls6fw1j
    @user-wc4ls6fw1j8 жыл бұрын

    สวดเนื่องในงานอะไครับ ผมเป็นคนไทยครับ

  • @noykeomany8296

    @noykeomany8296

    8 жыл бұрын

    จะใช้ในงานมงคลเรือน(กิจนิมนตร์)

  • @user-in3km9bl1k

    @user-in3km9bl1k

    6 жыл бұрын

    สนธยา เสนสอน งานขื้นบ้านใหม่

  • @user-in3km9bl1k

    @user-in3km9bl1k

    6 жыл бұрын

    สนธยา เสนสอน งานมงคลบ้าน

  • @user-kd5ew3ks7n

    @user-kd5ew3ks7n

    6 жыл бұрын

    สนธยา เสนสอน ในงานทำบุญบ้านเรือนคนอีสานจะนิยมเทศน์พร้อมกับเจริญพระพุทธมนต์โดยมีการตั้งเครื่องสักการะอันนี้เครื่องฮ้อยของพันบูชาด้วยของร้อนมีเผาธูปและเทียนด้วยมีการเทศน์สมัยก่อนเรียกธรรมวิเศษห้าผูกวันแรกมีการเทศน์สี่ผูกคืออุณหัสวิชัย สาลาการวิชาสูตร ปัญญาปารมี ยันทุน วันที่สองจะมีการทำบุญตักบาตรค่อยจะเทศน์ทิพย์มนต์ตอนตักบาตร

  • @toptop5348

    @toptop5348

    5 жыл бұрын

    ใช่สวดมงคลในเรือน หรือบ้านครับ นิยมสวดงานขึ้นบ้านใหม่ ทำบุญบ้าน ตั้งกองบุญ เพื่อเรียกสพมงคลให้เจ้าของเรือน ครับ

Келесі